ອຸບັດຕິເຫດ
ຕອນນີ້ທີ່ວຽງຈັນຝົນຕົກ ອາກາດຊຸ່ມຊື່ນດີ ແຕ່ບໍ່ດີສຳຫລັບເຮົາ ເພາະເຮົາຂີ່ລົດຈັກ ປຽກອີກ -*- ໄຂ້ອີກ ແຄ໊ກໆ
ອຸບັດຕິເຫດທີ່ເກີດຂຶ້ນນີ້ ເປັນເພາະຄວາມມັກງ່າຍຂອງຄົນເຮົາຫລືບໍ່ນໍ້
ເຮົາຂີ່ລົດຈັກໄປຕາມທາງດ້ວຍຄວາມໄວບໍ່ຮອດ 40 ກມ/ຊມ (ເພາະເຄີຍຖືກລົດຕຳ ບໍ່ກ້າຂີ່ໄວເລີຍ)
ມື້ວານນີ້ກໍ່ເຈິະລົດໃຫຍ່ຢຽບຫມາຕາຍຄາທີ່
ກໍ່ເຫັນໃຈທັງເຈົ້າຂອງຫມາ ທັງຜູ້ຢຽບ
ແຕ່ໃນທາງກັບກັນເນາະ ຖ້າລົດທີ່ຢຽບເປັນລົດຈັກ ບາງເທື່ອຜູ້ທີ່ຕາຍອາດຈະເປັນຄົນ
ການລ້ຽງສັດລ້ຽງຕາມແຄມຖະໜົນນີ້ອັນຕະລາຍທັງເຈົ້າຂອງອັນຕະລາຍທັງຜູ້ສັນຈອນຕາມເສັ້ນທາງຫລວງອີກ
ຖ້າລົດຈັກລົ້ມ, ບາດເຈັບ ຜູ້ທີ່ເສີຍເງິນກໍ່ແມ່ນເຈົ້າຂອງສັດລ້ຽງ
ແຕ່ໃນກໍລະນີມື້ວານນີ້ ລົດໃຫຍ່ມັນຢຽບແລະຊິ້ງຫນີເລຍວ່ະ – -
ແລະຫລັງຈາກນັ້ນຂີ່ໄປທາງໂຄ້ງກໍ່ເຈິະລົດຮຸ່ນໄດບຽດລົດຈັກຕອນໂຄ້ງ
ເກືອບຢຽບຄົນຕາຍອີກ ໂຊກດີທີ່ຖືກປາຍມັນປຽດ ຖ້າເຈິະປຽດແຕ່ຫົວລົດນີ້ ກຸໄດ້ເຫັນສົບຄົນນອນເຝົ້າທາງສົດໆແທ້ໆ
ທັງນີ້ທັງນັ້ນ ອຸບັດຕິເຫດທີ່ເກີດຂຶ້ນກໍ່ເນື່ອງຈາກຄົນເຮົານີ້ລະ ຖ້າຜູ້ຂັບລົດໃຫຍ່ຂັບບໍ່ໄວ ເຂົາອາດຈະບໍ່ຢຽບຫມາຕາຍກະໄດ້
ແຕ່ເຈົ້າຂອງຫມາມັນລ້ຽງຫມາເປັນຝູງເລີຍ ແຫ່ກັນອອກມານອກທາງອີກ ແຫ່ງເສັ້ນທາງດົງປ່າລານ ຄິດເອົາວ່າມັນລົດຫລາຍປານໃດ
ແລະຖ້າລົດຈັກຄັນນັ້ນບໍ່ຫມຸ້ນໄປ ລົດຮຸ່ນໃດກໍ່ຄົງບໍ່ບຽດຈົນໄປນອນແຄມທາງ
ແຕ່ຢ່າງໃດກໍ່ຕາມ ຂໍໃຫ້ທຸກຄົນມີສະຕິລະວັງຕົວໃນການເດີນທາງໂດຍຍານພາຫະນະເນາະ ^ ^
ປ.ລ. ມື້ວານຖືກເທດ ເພາະຫລິ້ນເກມຮອດ 23.30 *0*